ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຜີຍແຜ່ເຊື່ອມຊຶມຄຳສັ່ງ ຂອງ​ທ່ານນາຍົກລັດຖະມົນຕີ ແລະ ມະຕິຕົກລົງ
ຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ


ສະຫາຍ ພົນຕີ ວໍລະສານ ວິລັດດາວົງກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ຄຳສັ່ງຂອງ​ທ່ານນາຍົກລັດຖະມົນຕີ ແລະ ມະຕິຕົກລົງ ຂອງກອງປະຊຸມລັດຖະບານປະຈຳເດືອນສິງ
ຫາ 2023 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະປະ
ຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກອງ ແລະ ພະ
ນັກງານ-ນັກຮົບ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ການຈັດຕັ້ງເຜີຍແຜ່ເຊື່ອມຊຶມຄຳສັ່ງຂອງ​ທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ,
ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ມະຕິຕົກລົງ ຂອງກອງປະຊຸມລັດຖະບານປະຈຳເດືອນສິງຫາ 2023
ໃນຄັ້ງນີ້ ກໍເພື່ອສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ພ້ອມກັນອົດທົນຜ່ານຜ່າຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ
ດ້ວຍການສຸມໃສ່ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມຂະບວນການແກ້ໄຂບັນຫາທີ່ເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ, ຖືວຽກງານດັ່ງກ່າວ ເປັນ
ສະໜາມຮົບອັນດັບໜຶ່ງ ທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດໃຫ້ເປັນຈິງ ແລະ ມີການຫັນປ່ຽນຢ່າງຈະແຈ້ງ, ພ້ອມດຽວກັນ ກໍຍູ້ແຮງ
ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີປະສິດທິຜົນ, ເຮັດໃຫ້ປະຊາຊົນ
ຕື່ນຕົວປະກອບສ່ວນ ເຂົ້າຮ່ວມແກ້ໄຂບັນຫາຫຍໍ້ທໍ້ຕ່າງໆ ຢູ່ຮາກຖານໃຫ້ໄດ້ດີ ເປັນຕົ້ນແມ່ນ ໃຫ້ການຮ່ວມມື, ອໍານວຍຄວາມສະດວກ, ສະໜອງ
ຂໍ້ມູນ ແລະ ຮ່ວມປຶກສາຫາລືກັບຄະນະສະເພາະກິດກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດ
ຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ມີຜົນສໍາເລັດຢ່າງມີປະສິດທິພາບ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ
ທີ່ກຽ່ວຂ້ອງກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ໜີ້ສິນຕ່າງປະເທດ ແລະ ແກ້ໄຂ
ຄວາມຫຍຸ້ງຍາກຝືດເຄືອງໃນການດໍາລົງຊີວິດ, ການເຄື່ອນໄຫວດຳເນີນການຜະລິດ, ທຸລະກິດ ແລະ ການບໍລິການຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ສະຖຽນ
ລະພາບທາງດ້ານການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດ ລ້ອມ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມ
ແລະ ພ້ອມກັນນໍາເອົາມະຕິຕົກລົງ ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ສິງຫາ 2023 ໄປຈັດຕັ້ງຜັນຂະຫຍາຍໃຫ້ຖືກຕ້ອງ, ສອດ
ຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະໜ້າວຽກໃຫ້ໄດ້ຮັບຜົນດີ.

     ໂອກາດນີ້, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບແຕ່ລະສະຫາຍ,
ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຢ່າງຕັ້ງໜ້າໃນ
ການຈັດຕັ້ງປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍ ໂດຍການຫຼຸດລາຍຈ່າຍທີ່ບໍ່ຈຳເປັນຂອງພາກລັດ ແລະ ຄົວເຮືອນ ເພື່ອບໍ່ໃຫ້ລະດັບ
ເງິນເຟີ້ເພີ່ມຂຶ້ນ, ພ້ອມທັງ ໂຄສະນາເຜີຍແຜ່ໃຫ້ສັງຄົມມີຄວາມຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ແຫຼ່ງຂ່າວໂດຍ ເພັດ ສົມນໍວັນ
ວັນທີ 13/10/2023